ສມັຍພຣະເວດ

ປາກເຊຄລັບ

ສູນແລກປ່ຽນຄວາມຮູ້
 
HomePortalCalendarFAQSearchMemberlistUsergroupsRegisterLog in

Share | 
 

 ສມັຍພຣະເວດ

View previous topic View next topic Go down 
AuthorMessage
sadui



Posts : 45
Join date : 08/09/2010
Age : 28
Location : pakse

PostSubject: ສມັຍພຣະເວດ   Sun Sep 12, 2010 2:56 pm

ສມັຍພຣະເວດ

1000 ປີ ກ່ອນ ພ.ສ.ຫາ ພ.ສ. 700 ປີ



ສມັຍພຣະເວດ ທ່ານສາສດາຈານ ຣາທະກຣິສນັນ (Radhakrisnan) ໃຫ້ເວລາວ່າ ປະມານ 1000 ປີ ກ່ອນພຸທການ ທີ່ເອີ້ນວ່າພຣະເວດນັ້ນ ຄືຄັມພີຂອງພາມ ທີ່ຮຽກກັນອີກຢ່າງນຶ່ງວ່າ ໄຕຣເພດ ຄືຄັມພີພຣະເວດ (3) ສາມຄັມພີ ແຕ່ທີ່ຈິງແລ້ວ ໄດ້ມີນຳກັນ (4) ສີ່ຄັມພີດ້ວຍກັນ ຄື:

1. ຣຶຄເວດ ເປັນຄຳສັ້ນອ້ອນວອນ ແລະສັນຣະເສີນພຣະເຈົ້າ.

2. ສາມເວດ ເປັນຄຳສັ້ນ ສູດໃນພິທີຖວາຍນ້ຳໂສມແກ່ພຣະອິນ ແລະຂັບກ່ອມເທພເຈົ້າ.

3. ຍະຊຸຣະເວດ ເປັນຄຳຮ້ອຍແກ້ວ ຊຶ່ງວ່າດ້ວຍພິທີກັມ ແລະການບ່ວງສວງບູຊາ.

4. ອາຖັຣພະເວດ ເປັນຄາຖາອາຄົມ ມົນສັກສິດ ຄຳລັບພິທີແກ້ ສນຽດຈັ່ງໄຣ ນຳຄວາມສີຣິມຸງຄຸນ ມາສູ່ຕົນ ແລະ ຄອບຄົວ.

ໃນຕອນຕົ້ນ ພຣະເວດ ມີ (3) ສາມຄັມພີ ແຕ່ທີ່ຈິງແລ້ວ ມີພໍພຽງແຕ່ (1) ນຶ່ງເທົ່ານັ້ນ ຄືວ່າ ໄດ້ຮວບຮວມ ພຣະເວດທີ່ຂຽນຂຶ້ນ ເປັນຄັມພີ ຢ່າງສົມບຸນ ຊຶ່ງປະມວນຄຳສັນ ອ້ອນວອນ ສັນຣະເສີນພຣະເຈົ້າ ຄຳສູດ ຂັບກ່ອມຖວາຍນ້ຳໂສມ ຄຳຮ້ອຍແກ້ວຊຶ່ງວ່າດ້ວຍ ພິທີກັມ ແລະບ່ວງສວງ ໃນຊ່ວງຕໍ່ມາ ພວກພາມໄດ້ :

1. ແຍກເອົາຄຳສູດ ໃນພິທີຖວາຍນ້ຳໂສມ, ຄຳສັນຣະເສີນບາງເຣື່ອງ ແລະຄຳຂັບກ່ອມ ເປັນຄັມພີນຶ່ງ ແລະໄດ້ຕັ້ງຊື່ໃຫ້ຄັມພີນັ້ນວ່າ ສາມເວດ.

2. ແຍກເອົາຄຳຮ້ອຍແກ້ວ ວ່າດ້ວຍ ພິທີບ່ວງສວງ ອອກເປັນຄັມພີນຶ່ງ ຮຽກວ່າ ຍະຊູຣະເວດ.

ເມື່ອເປັນດັ່ງນີ້ ຄັມພີເດີມ ຈຶ່ງເຫຼືອແຕ່ ຄຳສັນ ອັນເປັນຄຳສັນຣະເສີນ ເທພເຈົ້າທັງຫຼາຍ ຈຶ່ງໄດ້ຊື່ວ່າ ຣຶຄະເວດ. ຕໍ່ມາພວກພາມ ໄດ້ຮວບຮວມເອົາ ຄາຖາອາຄົມ ເວດມົນສັກສິດ ທີ່ໃຊ້ໃນທາງດີ ແລະ ທາງຮ້າຍ ໄວ້ເປັນຄັມພີນຶ່ງ ຮຽກວ່າ ອາຖັນຣະພຣະເວດ.

ທ່ານ ( Hillebrandt ) ນັກປຣາຊ ຊາວເຍີຣະມັນ ຮວມກັນກັບນັກປຣາຊອິນເດັຍ ຫຼາຍທ່ານໄດ້ກ່າວໄວ້ວ່າ ການທີ່ພວກພາມ ໄດ້ແຍກເອົາຄຳຂັບກ່ອມ ແລະຄຳຮ້ອຍແກ້ວ ອອກເປັນສອງ (2) ຄັມພີນັ້ນ ເປັນການກະທຳທີ່ຖືກຕ້ອງທີ່ສຸດ ເພາະຕາມ ເພາະອີງຕາມການສຶກສາ ແລະ ການຄົ້ນຄວ້າ ພໍສັນນິຖານວ່າ ສອງ (2) ຄັມພີທີ່ກ່າວນີ້ ເປັນການເພີ້ມເຕີມພາຍຫຼັງ ສ່ວນຄຳສັນ ອັນເປັນຂອງບູຮານເກົ່າແກ່ນັ້ນ ຈັດໃຫ້ເປັນຄັມພີ ຣຶຄເວດ ໂດຍສເພາະ ຊຶ່ງຖືວ່າ ເປັນຄັມພີເກົ່າແກ່ ບູຮານຢ່າງແທ້ຈິງ.

ໃນຄັມພີພຣະເວດ ສ່ວນທີ່ເຊື່ອວ່າ ສືບເນື່ອງມາຈາກ ບູຮານນະການທີ່ສຸດນັ້ນ ພໍຈັບເຣື່ອງໄດ້ດັ່ງນີ້ :

ເທພະເຈົ້າສູງສຸດຄື ພຣະອິນ. ພຣະອິນມີ :

1. ນັກປຣາຊ ເປັນທີ່ປຶກສາ ຄື ພຣະພະຫັດ.

2. ມີພຣະວະຣຸນະ ທຳໜ້າທີ່ເປັນຕຳຣວດ ໃຜກະທຳຜິດຢູ່ໃສ ພຣະວະຣຸນະ ຮູ້ໝົດ.

3. ມີພຣະຍາຍົມ ທຳໜ້າທີ່ ລົງໂທສ ຜູ້ກະທຳຜິດ ເມື່ອຜູ້ນັ້ນຕາຍໄປແລ້ວ.

4. ໜ້າທີ່ ພິພາກສາ ແມ່ນພຣະສາວິຕຣີ ເມື່ອພິພາກສາວ່າມີໂທສ ກໍສົ່ງໄປໃຫ້ ພຣະຍາຍົມໃສ່ໂທສ ຊຶ່ງເປັນການປົກຄອງ ທີ່ຈັດເປັນຣະບຽບດີທີ່ສຸດ.

ຮວມຄວາມວ່າ ການສ້າງເທພເຈົ້າຂຶ້ນນັ້ນ ຖືເອົາ ຕາມແບບການປົກຄອງມນຸສເປັນຫຼັກ; ຄື ພຣະຣາຊາ ໄດ້ແກ່ ພຣະອິນ ມີນັກປຣາຊ ເປັນທີ່ປຶກສາປະຈຳພຣະອົງ ອັນເປັນທີ່ເກົ່າແກ່ ດຶກດຳບັນ ຂອງອິນເດັຍ ມີຕຳຣວດ ມີສານຕັດສິນ ມີ ຣາຊທັນ ຄວາມເປັນໄປ ຂອງພຣະອິນ ກໍເປັນແບບດຽວ ກັບຄວາມເປັນໄປ ຂອງກະສັດຕາທິຣາຊ ໃນສມັຍບູຣານ ຄືເປັນນັກຣົບ ມີໜ້າທີ່ປາບປາມ ພວກຜີປີສາດ ທີ່ຈະທຳຮ້າຍມນຸສ ອາວຸທສຳຄັນ ຕ້ອງເຮັດດ້ວຽເພັຊ ຮຽກວ່າ ອາຊີຣະວຸດ ນອກຈາກນັ້ນ ຍັງມີສອນ ມີພຣະພາຫານະ ທີ່ຂີ່ ຄືຊ້າງ ເອຣະວັນ ອີກຢ່າງນຶ່ງ ພຣະອິນຍັງໄດ້ ຮັບຍົກຍ້ອງ ໃຫ້ເປັນຜູ້ມີຄວາມສົມບຸນພູນສຸກ ຢ່າງລົ້ນເຫຼືອ ມີວິມານ ຊື່ວ່າວິໄຊຍົນ ມີສວນອຸທິຍານ (3) ສາມແຫ່ງ :

1. ນັນທະກະ

2. ຈິດລະດາ

3. ປາຣຸສກະ

ມີມເຫສີເຖິງ (4) ສີ່ຄົນ ແລະມີຊື່ວ່າ :

1. ສຸທັມມາ

2. ສຸຊາດາ

3. ສຸນັນທາ

4. ສຸຈິຕຕາ

ມີນາງຟ້າ (92) ເກົ້າສິບສອງນາງ ເປັນບໍຣິວານ ມີນາງບຳເຣີ (24) ຊາວສີ່ລ້ານ.

ໃນຈຳນວນ ເທພເຈົ້າທີ່ພວກພາມ ສ້າງຂຶ້ນ ໃນສມັຍພຣະເວດນີ້ ມີເທພເຈົ້າ ສຳຄັນ (10) ສິບອົງ ຄື :

1. ພຣະອິນ

ພຣະອິນ ເປັນຜູ້ມີອຳນາດ ວາສນາ ເປັນຜູ້ຍິ່ງໃຫຍ່ທີ່ສຸດ ຢູ່ໃນອິນເດັຍ ເປັນເວລາອັນຍາວນານ. ພຣະອິນເກີດມາຈາກນາມທັມ ຄືຄວາມຈິງ ເມື່ອມາເຖິງສມັຍທີ່ຕ້ອງການຈະໃຫ້ເກີດຄືມນຸສ ໄດ້ໃຫ້ເປັນລູກຂອງ ພຣະກັສສະປະ ເທພະບິດອນ ແລະພຣະມານດາຊື່ ພຣະເທພີອະທິຕິ ສີຂອງພຣະອິນປ່ຽນມາ ຫຼາຍຄັ້ງຫຼາຍຫົນ ທຳອິດເປັນສີແສດ ຕໍ່ມາເປັນສີເທົາ ຕໍ່ມາເປັນສີນວນ ພາຍຫຼັງເປັນສີຂຽວ. ພຣະອິນໃນຕອນຕົ້ນ ມີຄວາມສົມບຸນພູນສຸກ ເປັນທີ່ສຸດ ແຕ່ຕໍ່ມາ ໄດ້ໝົດຄວາມສັກສິດໄປ ເມື່ອພຣະນາຣາຍ ຂອງຮິນດູເກີດຂຶ້ນ ແລະພຣະອິນຈຳຕ້ອງໄດ້ອາສັຍ ພຣະນາຣາຍຢູ່ສເມີ.



2. ພຣະອາທິຕ (ສາທາຣະນາສຸກ)


ດັ່ງທີ່ຊາພກັນມາແລ້ວ ພຣະອາທິຕ ເປັນເທພເຈົ້າ ຂອງພວກຊາວອາຣະຍັນ ຊື່ວ່າ ພຣະສາວັຕຕຣີ ເປັນເທພເຈົ້າແຫ່ງແສງສວ່າງ ເປັນຜູ້ພິພາກສາ ຄວາມດີຄວາມຊົ່ວຂອງມນຸສ ສາມາດເຮັດໃຫ້ເກີດ ໂຣກພັຍໄຂ້ເຈັບ ຫຼືຮັກສາ ໂຣກພັຍໄຂ້ເຈັບຂອງຄົນໄດ້ ໃຫ້ແສງສວ່າງ ແລະໃຫ້ຊີວິຕ ແກ່ຄົນແລະສັຕທັງຫຼາຍ ພຣະອາທິຕ ບໍ່ໄດ້ຖືກລົດ ອຳນາດໃນສມັຍພຣະເວດ ເປັນແຕ່ພຽງປ່ຽນແປງໄປຈາກເດີມວ່າ ພຣະອາທິຕ ເປັນບຸຕຂອງ ພຣະກັສສະປະເທພະບິດອນ ແລະພຣະມານດາ ພຣະເທພີ ອະທິຕິ ທີ່ມີອ້າຍນ້ອງນຳກັນ (7) ເຈັດອົງຄື:

1) ວະຣຸນະທິດ

2) ມິຕຣາທິດ

3) ອະຣິຍະມະນະທິດ

4) ພະຄາທິດ

5) ອົງສາທິດ

6) ອິນທຣາທິດ

7) ສຸຣິຍາທິດ

ພວກອ້າຍທັງຫົກ (6) ພຣະມານດາຮັກສາຫຼາຍ ຈິ່ງໄດ້ໃຫ້ຂຶ້ນໄປຢູ່ເທິງເທວະໂລກ ຈຶ່ງໄດ້ຂັບຣົຖ ທ່ອງທ່ຽວຢູ່ໃນທ້ອງຟ້າ ຈົນກະທັ້ງບັດນີ້.

3. ພຣະວະຣຸນະ (ກະສິກັມ)


ເປັນເທພເຈົ້າປະຈຳຝົນ ຊຶ່ງຮຽກວ່າ ພຣະວິຣຸນ ຫຼື ພິຣຸນ ແລະປະຈຳ ນ້ຳທົ່ວໄປ ໃນສມັຍຕົ້ນ ພາຍລຸນມາ ມີ ໜ້າທີ່ເໝືອນຕຳຣວດ ເປັນຜູ້ສອດສ່ອງເບິ່ງ ຄວາມປະພຶດ ຂອງມນຸສ ເປັນເທພເຈົ້າ ທີ່ມີຮູບງາມ ມີຣິດຫຼາຍ ມີຈິຕເມຕຕາ ຊັງຄວາມຂີ້ຕົວະຫຼາຍທີ່ສຸດ ພຣະວະຣຸນະ ເປັນເທພເຈົ້າ ທີ່ມີບຸນວາສນາສູງຂຶ້ນເລື້ອຍໆ ທັງນີ້ເປັນເຣື່ອງເຂົ້າໃຈວ່າ ພວກອາຣະຍັນ ຢູ່ທາງພາກເໜືອ ມີອາກາດໜາວຫຼາຍກວ່າ ອາກາດຮ້ອນ ດວງອາທິຕຈິ່ງເປັນສິ່ງສຳຄັນຂອງມນຸສ ພາຍລຸນມາ ຊາວອາຣະຍັນ ໄດ້ອົພຍົບລົງມາທາງໃຕ້ ໃນພູມີກາກຮ້ອນ ຝົນຈຶ່ງເປັນສິ່ງສຳຄັນແກ່ຊີວິຕມນຸສ ແລະມີຄວາມສຳຄັນ ຕລອດໄປໃນດິນແດນທີ່ເປັນເມືອງຮ້ອນ.



4. ພຍາຍົມ (ຕຳຣວດ)


ເປັນເທພເຈົ້າ ໜ້າທີ່ ຣາຊທັນ ໃນສມັຍອາຣະຍັນ ແລະທຳໜ້າທີ່ເກົ່າ ໃນສມັຍພຣະເວດ ແລະສມັຍຫຼັງ ເປັນຜູ້ຍູ້ມີອຳນາຈ ລົງໂທສມນຸສ ເມື່ອຕາຍແລ້ວ ຍັງບໍ່ມີໃຜກ້າໄປແຕະຕ້ອງ ພຍາຍົມ ຄົງມີຖານະໃຫຍ່ຢູ່ສເມີ.



5. ພຣະພະຫັດ (ທີ່ປຶກສາ)


ເທພເຈົ້າອົງນີ້ ເຄີຍທຳໜ້າທີ່ ເປັນທີ່ປຶກສາ ຂອງວິຊາການຂອງພຣະອິນ ໃນສມັຍອາຣະຍັນ ເມື່ອເຖິງສມັຍພຣະເວດ ກໍຍັງຄົງຮັກສາ ຕຳແໜ່ງເດີມໄວ້ໄດ້ ແລະໄດ້ຮັບ ຍົກຍ້ອງຫຼາຍຂຶ້ນ ຄືໄດ້ເປັນທູດ ຂອງສວັນ ພຣະພະຫັດນີ້ ຍັງໄດ້ຣັບຍົກຍ້ອງ ໃຫ້ເປັນອາຈານ ຂອງເທພເຈົ້າທັງຫຼາຍ ແລະເປັນ ອາຈານຂອງພຣະອິນດ້ວຍ. ຈົນເຖິງສມັຍຮິນດູ ພຣະພະຫັດ ກໍຄົງຮັກສາຕຳແໜ່ງເດີມໄດ້ຢູ່ ດັ່ງຈະເຫັນໄດ້ວ່າ ພຣະອິສວນຂອງຮິນດູ ສ້າງພຣະພະຫັດນັ້ນ ໄດ້ສ້າງໂດຍມີວິທີ ເອົາລືສີ (19)ສິບເກົ້າຕົນ ມາບົດ ແລ້ວເສກສ້າງ ໃຫ້ເປັນພຣະພະຫັດ ແຕ່ພຣະພະຫັດ ອາພັບເຣື່ອງ ພຣະຊາຍາ ມີພຣະຊາຍາພຽງສອງອົງ ອົງນຶ່ງຊື່:

1) ດາຣາ ຖືກພຣະຈັນມາລັກເອົາ ໄປສົມສູ່ຢູ່ກິນ ຈົນກະທັ້ງມີບຸດ ຊື່ພຣະພຸດ

2) ອີກອົງນຶງຊື່ ມົນຕີ.



6. ພຣະຣຸທຣະ (ສາຣະວັດ)


ເກີດໃນສມັຍພຣະເວດ ແລະເກີດເມື່ອມີ ພຣະປະຊາບໍດີແລ້ວ ມີເຣື່ອງເມື່ອເກີດຂຶ້ນມາແລ້ວ ໄດ້ຂໍຮ້ອງໃຫ້ ພຣະປະຊາບໍດີຕັ້ງຊື່ໃຫ້ ພຣະປະຊາບໍດີ ໄດ້ຕັ້ງຊື່ໃຫ້ຫຼາຍຢ່າງ ແຕ່ທີ່ໃຊ້ກັນທົ່ວໄປຄື ຣຸທຣະ ເປັນຜູ້ເຂັ້ມແຂງ ແລະມີອຳນາຈຫຼາຍ ເປັນເທພເຈົ້າທີ່ມີຄວາມໂກຣດ ຮຸນແຮງ ຈຶ່ງເຮັດໃຫ້ມີຄວາມຢ້ານກົວຫຼາຍ.



7. ພຣະອັຄນີ (ທັມມະການ ໄປສະນີ ໂທຣະຄົມ)


ເປັນເທພເຈົ້າ ທີ່ພວກອາຣະຍັນ ໄດ້ສ້າງຂຶ້ນພາຍຫຼັງ ເພື່ອປະສົມປະສານກັນກັບ ຄວາມເຊື່ອຖືເດີມ ຂອງຊົນຊາດເຈົ້າຂອງຖິ່ນອິນເດັຍ ເຊິ່ງນັບຖື ແລະບູຊາໄປ ເມື່ອໄດ້ຍົກຂຶ້ນໄປເປັນ ເທພເຈົ້າແລ້ວ ກໍໄດ້ໃຫ້ກຽດສູງ ເຖິງກັບມີ ຄຳສູດສັນຣະເສີນ ໃນຄັມພີພຣະເວດ ມີຫຼາຍບົດຫຼາຍຕອນ. ໜ້າທີ່ຂອງ ພຣະອັຄນີ ຄືເປັນພຍານ ໃນຄວາມດີຄວາມຊົ່ວຂອງມນຸສ ເພາະສນັ້ນ ໃນການເສັ້ນສວງບູຊາ ການສູດມົນອ້ອນວອນພາວະນາ ຕ້ອງຈູດທູບທຽນ ເພື່ອໃຫ້ພຣະອັຄນີເປັນພຍານ ເວລາຈະສ້າງຄວາມຊົ່ວ ຈຶ່ງຕ້ອງໜີຫ່າງອອກຈາກໄຟ.



8. ທ້າວກຸເວນ (ນາຍ ຕຳຣວດຊາຍແດນ)


ກຸເວນ ຢູ່ໃນພວກຍັກ ຈຶ່ງບໍ່ໄດ້ຮຽກວ່າ ພຣະກຸເວນ ແຕ່ຮຽກກັນວ່າ ທ້າວກຸເວນ ຮູບຮ່າງເປັນຕາຢ້ານ ມີແຂ້ວ (Coolແປດເຫຼັ້ມ ມີສາມຂາ ທ່າທາງພິການ ແຕ່ນັບຖືກັນວ່າ ເປັນເທພເຈົ້າ ແຫ່ງຄວາມສັດ ຄວາມຈິງ ແລະ ຄວາມຊື່ຕຣົງ ກຸເວນເປັນເທພເຈົ້າ ປະຈຳທ້ອງຖິ່ນອິນເດັຍແທ້, ຊົນຊາດທ້ອງຖິ່ນ ເຄົາຣົບບູຊາມາກ່ອນ ເມື່ອພວກອາຣະຍັນເຂົ້າມາ ກໍຮັກສາເອົາເປັນ ເທພເຈົ້າໃນຄັມພີພຣະເວດດ້ວຍ ແມ້ນແຕ່ພຣະພຸທສາສນາ ກໍຮັບເອົາເທພເຈົ້າອົງນີ້ ປະຈຳທິດອຸດອນ.



9. ພຣະວາຍຸ (ຖແລງຂ່າວແລະໂຄສະນາການ ຈິຕະວິທະຍາ)


ພຣະວາຍຸກໍແມ່ນ ເທພເຈົ້າປະຈຳທ້ອງຖິ່ນ ຂອງພວກທັສຍຸ ຄືຊົນຊາດອິນເດັຍເດີມເໝືອນກັນ ເອີ້ນອີກຢ່າງນຶ່ງວ່າ ເປັນເທພເຈົ້າຂອງລົມ ແລະຖືວ່າເປັນພໍ່ຂອງ ຫະນຸມານ ໃນວັນນະຄະດີ ພຣະລັກພຣະລາມ.



10. ພຣະຈັນ (ສິລປະກັມ)


ພຣະຈັນເທພເຈົ້າຣຸ້ນໃໝ່ຫຼາຍ ເປັນໜ້າແປກປລາດວ່າ ມນຸສໄດ້ເຫັນພຣະຈັນ ພ້ອມກັບພຣະອາທິຕ ມາດົນນານ ແຕ່ພຣະຈັນໄດ້ຣັບ ຍົກຍ້ອງ ເປັນເທພເຈົ້າຊ້າກວ່າຜູ້ອຶ່ນ ແລະຍົກຂຶ້ນຈາກ ນ້ຳໂສມຂອງພຣະອິນ ສນັ້ນ ພຣະຈັນຈຶ່ງໄດ້ຊື່ອີກຢ່າງນຶ່ງວ່າ ໂສມະ ຫຼື ໂສມ. ພຣະຈັນມີຊາຍາ (27)ຊາວເຈັດອົງ ທຸກອົງເປັນບຸດ ຂອງພຣະທັກສະ ເທພເຈົ້າອົງນຶ່ງ ພຣະນາມຂອງພຣະຊາຍານັ້ນ ລ້ວນແຕ່ເປັນຊື່ດາວທັງໝົດ ຄື :

1) ອັສສະຍຸຊະ

2) ພະຣະນີ

3) ກັຕຕິກາ

4) ໂຣຫິນີ

5) ມິຄສີຣະ

6) ອັດທາ

7) ປຸນັພພະສຸ

Cool ຜຸດສະ

9) ອະສິເລສະ

10) ມະຄະ

11) ປຸພພະຜັກຄຸນີ

12) ອຸຕຕຣະຜັກຄຸນີ

13) ຫັດຖຸ

14) ຈິຕຕະ

15) ສາຕິ

16) ວິສາຂະ

17) ອະຣຸຣາທະ

18) ເຊດຖະ

19) ມູລະ

20) ປຸບພາສາລະຫະ

21) ອຸຕຕຣາສາລະຫະ

22) ສາວະນະ

23) ທະນິດຖະ

24) ສະຕະພິດຊະ

25) ປຸບພະພັດທະປະທະ

26) ອຸຕຕຣະພັດທະປະທະ

27) ເຣວະຕີ

ແຕ່ພຣະຈັນ ຫຼົງຮັກ ໂຣຫິນີ ຫຼາຍກວ່າອົງອື່ນ ພຣະຊາຍາ (26)ຊາວຫົກອົງ ຈຶ່ງໂກດແຄ້ນ ພາກັນໄປຟ້ອງພຣະບິດີ ຄືເທພະເຈົ້າທັກສະ ເທພເຈົ້າທັກສະກໍໂກດແຄ້ນເໝືອນກັນ ຈຶ່ງສາພແຊ່ງ ໃຫ້ພຣະຈັນເປັນ ວັນນະໂຣຄຜອມແຫ້ງ ຄັນພຣະຈັນ ເປັນວັນນະໂຣຄແທ້ໆ ພວກຊາຍາກໍເກີດສົງສານ ພາກັນໄປຫາພຣະບິດາ ໃຫ້ຖອນຄຳສາບນັ້ນເສັຍ ເທພເຈົ້າທັກສະຜູ້ເປັນພໍ່ບອກວ່າ ຄຳສາບນັ້ນຖອນບໍ່ໄດ້ ພວກລູກສາວ ໄດ້ພຍາຍາມ ຂໍຄວາມກຣຸນາ ເທພເຈົ້າທັກສະຈຶ່ງໃຫ້ຄວາມກຣຸນາ ໃຫ້ພຣະຈັນ ເປັນພຍາດຜອມແຫ້ງ ເປັນຄັ້ງເປັນຄາວ ໃຫ້ມີໂອກາດ ມີເນື້ອໜັງ ສົມບູນເໝືອນກັນ ດັ່ງນັ້ນ ພຣະຈັນຈຶ່ງມີເວລາຈ່ອຍເວລາພີ ຊຶ່ງເປັນຕົ້ນເຫຕຂອງເດືອນຂຶ້ນເດືອນແຮມນັ້ນເອງ.

ທັງໆທີ່ມີພຣະຊາຍາປະຈຳຢູ່ຫຼວງຫຼາຍ ແລະພຣະຈັນເອງກໍເປັນ ພຍາດຜອມແຫ້ງເປັນຄັ້ງເປັນຄາວຢູ່ ແຕ່ພຣະຈັນກໍຍັງເປັນຄົນເຈົ້າຊູ້ ເຖິງກັບໄປລັກເອົານາງດາຣາ ພຣະຊາຍາຂອງພຣະຫັດ ມາເປັນຊູ້ ຈົນໄດ້ລູກຊື່ພຣະພຸດ ແລະຍັງມີເຣື່ອງຊູ້ສາວອຶ່ນໆອີກ ທັງນີ້ກໍເພາະວ່າ ພຣະຈັນເປັນເທພເຈົ້າຮູບງາມ ມີປະວັດ ພັນຣະນາເຖິງຄວາມງາມຂອງພຣະຈັນມາທຸກໆສມັຍ ແຕ່ຕົກມາເຖິງ ສມັຍຮິນດູ ການສ້າງພຣະຈັນ ຊຶ່ງແສດງຊາຕກຳເນີດໃຫ້ສວຍງາມ ແລະ ເປັນການແສດງ ໃຫ້ຊາບອີກຢ່າງນຶ່ງວ່າ ມນຸສແຕ່ສມັຍດຶກດຳບັນ ຍັງເຫັນພຣະຈັນສວຍງາມຢູ່ສເມີ.
ພຣະພົມ

ໃນຕອນສຸດທ້າຍຂອງສມັຍພຣະເວດນີ້ເອງ ພວກພຣາມ ໄດ້ສ້າງພຣະເຈົ້າ ຂຶ້ນມາອີກອົງນຶ່ງ ເພາະຄົນກຳລັງເບື່ອໜ່າຍພຣະອິນຫຼາຍ ເນື່ອງຈາກການກະທຳຂອງພຣະອິນເອງ ໄປມີຊູ້ ແມ້ກະທັ້ງເມັຍພຣະລືສີ ຂີ້ເຫຼົ້າ ເມົາຢາ ຮຽກຫາແຕ່ນ້ຳໂສມສເມີ ແລະການສົງຄາມ ກໍມັກຈະເສັຍໄຊຢູ່ເລື້ອຍໆ ດັ່ງນັ້ນ ພວກພຣາມ ຈຶ່ງຫາທາງສ້າງເທພເຈົ້າຂຶ້ນມາອີກ ເພື່ອໃຫ້ມີຖານະສູງກວ່າພຣະອິນຂຶ້ນໄປ ໃຫ້ຊື່ວ່າ ພຣະພຣົມ ແລະໄດ້ບອກຕື່ມອີກວ່າ ພຣະພຣົມນີ້ ເປັນປະຖົມບູຣຸດຂອງພຣາມ ການສ້າງພຣະພຣົມຂຶ້ນນັ້ນ ເພື່ອບໍ່ໃຫ້ມີປັນຫາເຣື່ອງລູກເມັຽອີກ ຈຶ່ງສ້າງວ່າ ພຣະພຣົມບໍ່ມີຕົນຕົວ ເປັນແຕ່ພຽງນາມະທັມຊື່ໆ ເມື່ອພຣະພຣົມເກີດມາສູ່ໂລກແລ້ວ ກໍໄດ້ສ້າງໂລກໃໝ່ ໂດຍກ່າວວ່າ ທັມມະປາກົດຢູ່ໃນໂລກນີ້ແລ້ວ ທັມມະນັ້ນ ເປັນຂອງບໍ່ມີເນື້ອມີຕົວ ທັມມະທັງປວງ ປະສົມກັນເຂົ້າເປັນໄຂ່ ໄຂ່ນີ້ເປັນກ້ອນ ລອຍຢູ່ໃນຈັກກະວານນີ້ໄດ້ໝື່ນກັປ ຈຶ່ງແຕກອອກເປັນສອງຊີກ ຊີກເທິງເປັນທ້ອງຟ້າ ຊີກລຸ່ມເປັນໂລກມນຸສ ພຣະພຣົມບັນດານໃຫ້ມີສວັນ ສ້າງສິ່ງທັງປວງ ທຳອິດສ້າງໃຫ້ມີໄຟ ນ້ຳໄດ້ເຮັດໃຫ້ດິນຊຸ່ມຊື່ນ ຈຶ່ງເກີດງອກງາມ ຂຶ້ນເປັນຫ້ວຍ ມີພືດພັນທັນຍາຫານ ເກີດຂຶ້ນ ມີຕົ້ນໄມ້ ມີສັດເກີດຂຶ້ນ ຈຶ່ງມີມນຸສເກີດຂຶ້ນ ໃນໝູ່ມນຸສນັ້ນ ມີຜູ້ນຶ່ງເປັນລູກພຣະອາທິຕ ເກີດຂຶ້ນມາ ເປັນພຣະເຈົ້າແຜ່ນດິນ ໂລກທີ່ພຣະອິນ ເອົາເສົາໄມ້ຄ້ຳຫຼັງຄາໄວ້ ກໍເລີຍໝົດໄປເອງ ຍັງແຕ່ໂລກທີ່ພຣະພຣົມສ້າງຂຶ້ນ ດ້ວຍໄຂ່ໃຫ້ພວກເຮົາອາສັຍຢູ່ເທົ້າທຸກວັນນີ້.
ວັນນະ 4


ໃນສມັຍພຣະເວດນີ້ ໄດ້ມີສິ່ງສຳຄັນເກີດຂຶ້ນຄື ວັນນະ ວັນນະແປວ່າສີ ເກີດຂຶ້ນຈາກຄວາມຮູ້ສຶກຂອງຊາວອາຣະຍັນ ຊຶ່ງເປັນພວກຜີວຂາວ ທີ່ອົບຍົພເຂົ້າມາໃໝ່ ແລະພວກເຈົ້າຂອງຖິ່ນຄື ທັສຍຸຜີວດຳ ພວກຜີວຂາວເປັນນາຍ ທັສຍຸເປັນຂ້ອຍຂ້າ.

ຄວາມຮູ້ສຶກຂັ້ນຕົ້ນກໍແມ່ນເຣື່ອງຜີວກ່ອນ ແລ້ວກໍແບ່ງຊັ້ນກັນກ່ອນ ພາຍລຸນມາ ຈຶ່ງມີກົດເກນກັນຂຶ້ນ ໃນທີ່ສຸດ ກໍແບ່ງເປັນ (4)ສີ່ຊັ້ນ :

1. ກະສັດ

2. ພຣາມ

3. ແພດ

4. ສູດ
ກະສັດ

ກະສັດແປວ່ານັກຣົບ ມີໜ້າທີ່ໃນການຂຍາຍ ແລະຮັກສາເຂດນ້ຳດິນແດນ ຖືວ່າຕົນສືບເຊື້ອສາຍມາຈາກ ພຣະອາທິຕ ຄືພຣະສາວິດຕຣີ ຖືກັນມາແບບນີ້ ຈົນເຖິງສມັຍພຸທການ ພຣະນາມຂອງ ພຣະພຸທເຈົ້າ ທີ່ວ່າ ໂຄຕະມະ ແປວ່າ ພຣະອາທິຕ ເມື່ອທ່ຽງວັນ.
ພຣາມ

ພຣາມເປັນໃຫຽ່ໃນທາງສາສນາ ແລະບໍ່ຍອມວ່າຖານະຂອງຕົນ ຕ່ຳກວ່າກະສັດ ໂດຽທີ່ວັນນະຂອງພຣາມ ເປັນຕົ້ນຂອງສັງຄົມຊັ້ນນຶ່ງ ແຕ່ຍັງບໍ່ທັນສົມບູນ ຕ້ອງທຳພິທີບວດອີກ ຈຶ່ງຈະເປັນພຣາມແທ້. ສນັ້ນ ພຣາມຈຶ່ງມີຊື່ວ່າ ທິຊາຊາດ ແປວ່າຜູ້ເກີດສອງເທື່ອ.
ແພດ

ແພດແປວ່າ ພໍ່ຄ້າ ແຕ່ບໍ່ໄດ້ໝາຍສເພາະແຕ່ພໍ່ຄ້າຢ່າງດຽວ ພໍ່ນາ ຜູ້ມີວິຊາຊີບອື່ນໆ ນອກຈາກໃຊ້ແຮງງານ ກໍຈັດເປັນພວກ ແພດ ທັງໝົດ.
ສູດ

ສູດຄືພວກຮັບຈ້າງ ເຊັ່ນພວກກັມມະກອນ ຄືຜູ້ປະກອບຫ້ອງກັມ ເຊັ່ນ ພວກຕ່ຳສາດ ຕັດຜົມ ປັ້ນໝໍ້ ຕ່ຳຫູກ ຊ່າງໄມ້ ຈັດເປັນພວກສູດທັງນັ້ນ, ຈັດເປັນພວກ ຫິນະຊາດທັງໝົດ.

ວັນນະສູງ ກັບ ວັນນະຕ່ຳ ຈະຢູ່ຮ່ວມກັນ ຣັບປະທານອາຫານຮ່ວມກັນ ຫຼືຈະສົມສູ່ຢູ່ກັນ ເໝືອນສາມີ ພັລຍາບໍ່ໄດ້. ຖ້າພວກວັນນະສູງ ກັບ ວັນນະຕ່ຳສົມສູ່ກັນ ລູກອອກມາເປັນກັມຂອງລູກທີ່ສຸດ ຮຽກວ່າ ຈັນທານ ຫຼືຈັນດານ ຕ່ຳກວ່າ ວັນນະສູດອີກ.
Back to top Go down
View user profile
 
ສມັຍພຣະເວດ
View previous topic View next topic Back to top 
Page 1 of 1

Permissions in this forum:You cannot reply to topics in this forum
ປາກເຊຄລັບ :: ຄວາມບັນເທີງ :: ທຳມະ-
Jump to:  
Free forum | © phpBB | Free forum support | Contact | Report an abuse | Have a free blog with Sosblogs